ບາດນີ້ ຂ້ອຍຊິອະທິບາຍກ່ຽວກັບ ສາຂາຫຼັກ, ເປົ້າໝາຍ ແລະ ວິທີການ ພື້ນຖານໃນ ວິທະຍາສາດ ລະບົບສັບສົນ ນີ້ແມ່ນລາຍການຂອງສ້າງເອງ ແຕ່ ມັນແມ່ນສິ່ງທີ່ທ່ານຄວນຮູ້ ຖ້າທ່ານຢາກເຂົ້າໃຈຜົນການຄົ້ນຄວ້າ ໃນຂະແໜງນີ້ ສາຂາຫຼັກທຳອິດ ແມ່ນ ໄດນາມິກ ເຊິ່ງສຶກສາ ໂຄງສ້າງ ແລະ ພຶດຕິກຳ ທີ່ປ່ຽນແປງແບບບໍ່ຢຸດຢັ້ງ ຂອງ ລະບົບ ສາຂາຫຼັກອີກອັນໜຶ່ງ ແມ່ນ ຂໍ້ມູນສາດ ທີ່ສຶກສາ ການສະແດງ, ສັນຍາລັກ ແລະ ການສື່ສານ ສາຂາການຄິດໄລ່ ສຶກສາວ່າ ລະບົບຈັດການ ແລະ ມີພຶດຕິກຳອີງຕາມການຜົນການຄິດໄລ່ ແນວດໃ ສຸດທ້າຍ ທ່ານ ຄວນຮູ້ ວິວັດທະນາການສາດ ເຊິ່ງລວມມີການສຶກສາ ການປັບໂຕຂອງລະບົບ, ຕາມ ສິ່ງແວດລ້ອມທີ່ປ່ຽນແປງຕາມເວລາ ທຸກໆສາຂານີ້ ແມ່ນ ຂະແໜງອິດສະຫຼະ ແຕ່ມັນຮວມເປັນອັນໜຶ່ງ ໃນ ວິທະຍາສາດ ລະບົບສັບສົນ ຂ້ອຍຄຶດວ່າ ວິທະຍາສາດລະບົບສັບສົນ ມີ ຢ່າງໜ້ອຍ 2 ເປົ້າໝາຍ ທີ່ແຕກຕ່າງ ບາງເທື່ອ ຄວນເວົ້າວ່າ ນັກຄົ້ນຄວ້າ ແຕ່ລະຄົນ ມີ ເປົ້າໝາຍທີ່ແຕກຕ່າງ ເປົ້າໝາຍຫຼັກ ແມ່ນ ການພັດທະນາ ເຄື່ອງມືຄະນິດສາດ ແລະ ການຄຳນວນ ແນໃສ່ ມຸມມອງຂ້າມສາຂາ ຕົວຢ່າງ ຫຼັງຈາກສຶກສາ ການຈັດການຂໍ້ມູນໃນຮັງມົດ ເຮົາອາດຖາມວ່າ ມັນແຕກຕ່າງແນວໃດ ກັບການຈັດການຂໍ້ມູນໃນ ລະບົບເມືອງ ຫຼື ກະແສຂໍ້ມູນໃນສະໜອງ ຄ້າຍຄືກັນ ກັບ ກະແສຂໍ້ມູນໃນເຄືອຂ່າຍເສດຖະກິດປານໃດ ມຸມມອງຂ້າມສາຂາແນວນີ້ ແມ່ນ ຜົນງານໃຫຍ່ທີ່ສຸດ ຂອງ ວິທະຍາສາດລະບົບສັບສົນ ພວກເຮົາຈະ ສຶກສາເປົ້າໝາຍນີ້ ໃນ ຫຼັກສູດນີ້ ແຕ່ ນັກວິທະຍາສາດ ລະບົບສັບສົນບາງຄົນ ມີ ເປົ້າໝາຍໃຫຍ່ກວ່ານີ້ອີກ ນັ້ນແມ່ນ ການພັດທະນາທິດສະດີທົ່ວໄປ ຂອງ ລະບົບສັບສົນ ທີ່ ເຕົ້າໂຮມແຕ່ລະສາຂາທີ່ແຕກຕ່າງ ໃນ ການຄົ້ນຄວ້າລະບົບສັບສົນນີ້ ປະຊາຄົມ ນັກຄົ້ນຄວ້າ ບໍ່ເປັນເອກະພາບກັນ ກ່ຽວກັບ ເປົ້າໝາຍນີ້ ຫຼາຍໆຄົນ ຄຶດວ່າ ເປັນເປົ້າໝາຍສູງໂພດ ຫຼື ເປັນໄປບໍ່ໄດ້ ແຕ່ ບາງຄົນຍັງມີຄວາມຫວັງ ໃນຫຼັກສູດນີ້ ພວກເຮົາຈະໄດ້ຮັບຟັງຈາກ ນັກວິທະຍາສາດ ລະບົບສັບສົນ ຫຼາຍໆຄົນ ກ່ຽວກັບ ຄວາມເປັນໄປໄດ້ ຂອງ ທິດສະດີນີ້ ແລະ ທ່ານ ຄືຊິໄດ້ຍິນຫຼາຍໆຄວາມເຫັນທີ່ແຕກຕ່າງ ສຸດທ້າຍ ນັກວິທະຍາສາດລະບົບສັບສົນ ໃຊ້ ວິທີການຫຍັງ ໃນ ການຄົ້ນຄວ້າ ນີ້ແມ່ນ ນັກວິທະຍາສາດ ລະບົບສັບສົນ ຂອງ ພວກເຮົາ ດັ່ງນັກວິທະຍາສາດທົ່ວໄປ ເຂົາເຈົ້າປະສົມປະສານ ລະຫວ່າງ ການທົດລອງ, ທິດສະດີ, ແລະ ອັນທີ 3 ເຊິ່ງເປັນວິທີການວິທະຍາສາດ ທີ່ເລີ່ມແຜ່ຫຼາຍ ແມ່ນ ຄອມພິວເຕີຊິມມິວເລເຊິນ ໃນຫຼັກສູດນີ້ ພວກເຮົາຈະເບິ່ງ ທັງສາມວິທີການນີ້, ແຕ່ຈະເນັ້ນໜັກ ຄອມພິວເຕີຊິມມິວເລເຊິນ ຂອງ ລະບົບສັບສົນ