ພວກເຮົດໄດ້ເຫັນຫຼາຍຕົວຢ່າງ ຂອງ ລະບົບສັບສົນແລ້ວ ລອງພະຍາຍາມ ສະຫຼຸບ ຄຸນລັກສະນະລວມມັນເບິ່ງ ຄຸນລັກສະນະທຳອິດ ແມ່ນ ສິ່ງທີ່ຂ້ອຍເວົ້າຫຼາຍເທື່ອແລ້ວ ລະບົບສັບສົນ ປະກອບດ້ວຍ ອົງປະກອບງ່າຍດາຍ ເອີ້ນກັນໂດຍທົ່ວໄປ ວ່າ ເອເຈັນ ງ່າຍດາຍ ໂດຍສົມທຽບກັບ ລະບົບທັງໝົດ ຄຸນລັກສະນະທົ່ວໄປ ອີກອັນໜຶ່ງ ແມ່ນ ອົງປະກອບຕອບໂຕ້ກັນ ແບບບໍ່ເປັນເສັ້ນຊື່ ຈະອະທິບາຍຄຳວ່າ ບໍ່ເປັນເສັ້ນຊື່ ແບບລະອຽດ ໃນຫົວໜ່ວຍຕໍ່ໄປ ຖ້າເວົ້າງ່າຍໆ ມັນໝາຍຄວາມວ່າ ມັນຕອບໂຕ້ກັນ ແບບທີ່ ພວກເຮົາບໍ່ສາມາດບວກພຶດຕິກຳອົງປະກອບ ເພື່ອ ສັງລວມວ່າ ລະບົບທັງໝົດເຮັດຫຍັງ ເວົ້າງ່າຍ ແມ່ນ ທັງໝົດ ຫຼາຍວ່າ ຜົນບວກອົງປະກອບ ອັນນີ້ ໝາຍເຖິງ ລະບົບບໍ່ເປັນເສັ້ນຊື່. ເຮົາຊິກັບມາຫາບັນຫາຫົວຂໍ້ນີ້ອີກ ເຮົາຍັງເຫັນອີກວ່າ ອົງປະກອບ ຈະບໍ່ຖືກຄວບຄຸມ ໂດຍ ຜູ້ບໍລິຫານໃຈກາງ ມັນບໍ່ມີລະບົບຄວບຄຸມໃຈກາງ ຢູ່ ຮັງມົດ, ລະບົບປ້ອງກັນ ຫຼື ເສດຖະກິດ ແລະ ອື່ນໆ ທີ່ໄດ້ສະແດງໃຫ້ເບິ່ງ ກົງກັນຂ້າມ ເຮົາເຫັນວ່າ ລະບົບສາມາດຈັດຕັ້ງກັນເອງ ແບບບໍ່ມີໃຈກາງ ສຸດທ້າຍ ສິ່ງສຳຄັນຫຼັກ ໃນທຸກໆລະບົບສັບສົນອີກອັນໜຶ່ງ ແມ່ນ ພຶດຕິກຳເກີດໃໝ່ ຄຳວ່າ ເກີດໃໝ່ ໝາຍຄວາມວ່າ ມັນຈະເຂົ້າໃຈຍາກ ຈາກພຶດຕິກຳ ຂອງ ແຕ່ລະ ຫຼື ກຸ່ມອົງປະກອບ ແຕ່ແມ່ນຜົນອອກລວມຈາກລະບົບ ແລະຕ້ອງເບິ່ງ ໃນລະດັບລະບົບ ບໍ່ແມ່ນລະດັບອົງປະກອບ ລອງມາເບິ່ງຕົວຢ່າງ ພຶດຕິກຳເກີດໃໝ່ທີ່ຂ້ອຍເວົ້າເຖິງນີ້ ອັນທີ່ໜຶ່ງ ແມ່ນ ການຈັດຕ້ັງເປັນຂັ້ນ ເຊັ່ນ ສິ່ງມີຊີວິດ ທີ່ ມີ ໂຄງສ້າງເປັນຂັ້ນແຕ່ ຈຸລັງ, ອະໄວຍະວະ,ຫາ ລະບົບທົ່ວຮ່າງກາຍ ໄປຮອດ ຮັງ, ສັງຄົມ ລະບົບເປັນຂັ້ນນີ້ ມັນເກີດຂຶ້ນໄດ້ແນວໃດ ແລະ ແຕ່ລະຂັ້ນພົວພັນກັນແນວໃດ ແມ່ນຄຳຖາມສຳຄັນ ໃນ ລະບົບສັບສົນ ໃນຫຼັກສູດນີ້ ຊິໄດ້ເຫັນ ຫຼາຍໆຕົວຢ່າງ ຂອງ ລະບົບເປັນຂັ້ນ ພຶດຕິກຳເກີດໃໝ່ອີກອັນໜຶ່ງ ແມ່ນ ການຈັດການຂໍ້ມູນ ເຊັ່ນ ລະບົບໄດ້ຮັບຂໍ້ມູນຈາກສິ່ງແວດລ້ອມ ແລະ ສະພາບຂອງຕົນເອງ ແລະ ໃຊ້ຂໍ້ມູນນີ້ ເພື້ອຕັດສິນໃຈ ໂດຍລວມ ວ່າ ຈະເຮັດຫຍັງ ອົງປະກອບບໍ່ໄດ້ຮັບຂໍ້ມູນ ຫຼື ຕັດສິນໃຈເອງ. ການຕັດສິນໃຈແນວນີ້ ເຮັດໄດ້ແຕ່ໃນຂັ້ນລະບົບ ເຮົາຊິເຫັນວ່າ ມົດ ຫຼື ລະບົບປ້ອງກັນ ໃຊ້ຂໍ້ມູນແນວໃດ ເພື່ອ ຕັດສິນໃນຂັ້ນລະບົບ ຕົວຢ່າງຕໍ່ໄປ ແມ່ນ ຄວາມສັບສົນທີ່ປ່ຽນແປງຂອງລະບົບ ຄຳວ່າ ປ່ຽນແດງ ໝາຍເຖິງວ່າ ລະບົບປ່ຽນແປງຮູບຮ່າງ ຕາມ ທາງທີ່ຕັ້ງ ແລະ ເວລາແນວໃດ ຕົວຢ່າງ ອາດເຫັນມົດສ້າງແລວທາງ ຮັງມົດ ຈະປ່ຽນແປງຮູບຮ່າງແບບສັບສົນ ຕາມເວລາ ຫຼື ລາຄາຫຸ້ນ ທີ່ປ່ຽນແປງແບບສັບສົນ ແລະ ຄາດຄະເນບໍ່ໄດ້ ການປ່ຽນແປງແບບສັບສົນ ແມ່ນ ຄຸນລັກສະນະ ຂອງ ທຸກໆລະບົບສັບສົນ ສຸດທ້າຍ ໃນທຸກໆລະບົບສັບສົນ ມີ ວິວັດທະນາການ ແລະ ການຮຽນຮູ້ ໃນທຸກໆລະບົບ ບໍ່ວ່າ ຈະແມ່ນ ຊີວະ, ສັງຄົມ ຫຼື ເຕັກນິກ ມັນສະແດງວິວັດທະນາການ ໃນຄວາມໝາຍ ທີ່ດາວິນໃຊ້ ແລະ ວິວັດທະນາການນີ້ ມັກນຳໄປສູ່ ການປັບໂຕ ແລະ ຮຽນຮູ້ທີ່ ລະບົບຈະຢູ່ລອດ, ເຮັດໄດ້ດີຂຶ້ນ ໃນ ສິ່ງແວດລ້ອມໃດໜຶ່ງ ນີ້ແມ່ນສິ່ງທີ່ພວກເຮົາຈະເອົາໃຈໃສ່ ໃນ ຫຼັກສູດນີ້