ທ່ານອາດສັງເກດໄດ້ວ່າ ໃນຫົວໜ່ວຍຜ່ານມາ ຂ້ອຍເວົ້າກ່ຽວກັບ ລະບົບສັບສົນ ໂດຍພາສາທຳມະດາ ແຕ່ຂ້ອຍຍັງບໍ່ໄດ້ ນິຍາມ ຄຳວ່າ ລະບົບສັບສົນ ຂ້ອຍມີເຫດຜົນ. ລະບົບສັບສົນ ນິຍາມຍາກ ເວົ້າໃຫ້ຊັດເຈນກວ່າ ແມ່ນ ມັນມີຫຼາຍນິຍາມທີ່ແຕກຕ່າງກັນ ຕາມຂະແໜງການ ຄັນຊັ້ນ ນັກຄົ້ນຄວ້າ ວັດແທກຄວາມສັບສົນ ແນວໃດ ທ່ານ ເຊັດລອຍ ເອີ້ນບັນທັດຖານ ຄວາມສັບສົນວ່າ ເປັນລາຍການບໍ່ສິ້ນສຸດ ເຊັ່ນ ລາວໃຫ້ 42 ນິຍາມທີ່ແຕກຕ່າງ ເພື່ອວັດແທກຄວາມສັບສົນ ລວມທັງ ຂໍ້ມູນແຊນນອນ, ຄວາມສັບສົນດ້ານຂັ້ນຕອນວິທີ, ມິຕິແຟຣກຕາລ, ຄວາມເລິກຕັກກະສາດ, ແລະອື່ນໆ ມັນບໍ່ມີ ນິຍາມຄວາມສັບສົນອັນດຽວທີ່ໃຊ້ໄດ້ໝົດບໍ ຄຶດວ່າເປັນໄປໄດ້ຍາກ. ບັນທັດຖານເຫຼົ່ານີ້ ມີປະໂຫຍດເພື່ອວັດແທກ ຫຼາຍໆດ້ານທີ່ແຕກຕ່າງ ຂອງ ລະບົບສັບສົນ ໃນຫຼັກສູດນີ້ ພວກເຮົາຊິລົງເລິກ 2 ອັນ ໃນນີ້, ຂໍ້ມູນແຊນນອນ ແລະ ມິຕິແຟຣກຕາລ ມັນໃຊ້ແນວໃດ ແລະ ອາດມີປະໂຫຍດແນວໃດ ຍັງຈະເບິ່ງວ່າ ຈະນິຍາມ ແລະ ວັດແທກຄວາມສັບສົນ ໃນໂລກຕົວຈິງແນວໃດ ກ່ອນສືບຕໍ່ ຢາກເວົ້າ ກ່ຽວກັບລະບົບສັບສົນ ຂຽນ ໃນບົດຄົ້ນຄວ້າທີ່ຊື່ສຽງ ທີ່ມີຫົວຂໍ້ວ່າ ວິທະຍາສາດ ແລະ ຄວາມສັບສົນ ຂຽນໂດຍ ນັກຄະນິດສາດ ຄົນອາເມລິກາ ທ່ານ ວໍເຣນ ວີເວີ້ ໃນປີ 1948 ທ່ານ ວີເວີ້ ແຍກ ບັນຫາໃນ ວິທະຍາສາດ ເປັນ 3 ປະເພດ: ອັນທີໜຶ່ງ ແມ່ນ ບັນຫາຄວາມງ່າຍດາຍ ອັນນີ້ ແມ່ນ ບັນຫາ ທີ່ມີບໍ່ຫຼາຍ ໂຕປ່ຽນ ເຊັ່ນ ຄວາມພົວພັນ ລະຫວ່າງ ຄວາມດັນ, ອຸນະພູມ, ຄວາມຮ້ອນໄດນາມິກ ຫຼື ຄວາມພົວພັນ ລະຫວ່າງ ກະແສ, ຄວາມຕ້ານ, ຄວາມດັນ ໃນ ໄຟຟ້າ ໃນ ຄວາມພົວພັນ ລະຫວ່າງ ປະຊາກອນ ແລະ ເວລາ ໃນ ໄດນາມິກປະຊາກອນ ນີ້ລ້ວນແລ້ວ ແຕ່ເມ່ນ ບັນຫາ ທີ່ພົບໃນ ຟິຊິກສາດ, ເຄມີສາດ, ຊີວະສາດ ໃນ ສັດຕະວັດ ທີ 19 ແລະ ຕົ້ນ ສັດຕະວັດ ທີ 20 ຕໍ່ໄປ ປະເພດທີສອງ ແມ່ນ ບັນຫາຄວາມສັບສົນບໍ່ເປັນລະບຽບ ນີ້ແມ່ນ ບັນຫາ ມີ ຫຼາຍຕື້ ຫຼື ພັນຕື້ໂຕປ່ຽນ ຕົວຢ່າງໜຶ່ງ ແມ່ນ ກົດເກນ ອຸນະພູມ ແລະ ຄວາມດັນ ພົວພັນກັບ ຫຼາຍໆ ພັນຕື້ ໂມລະກຸນ ທີ່ບໍ່ເປັນລະບຽບ ໃນ ຫ້ອງ ຫຼື ບັນຍາກາດ ອັນນີ້ ຈະເຮັດໂດຍການສະເຫຼ່ຍ ຂອງ ໂຕປ່ຽນຈຳນວນມະຫາສານ ເວລາພະຍາຍາມ ເຂົ້າໃຈອຸນະພູມ, ພວກເຮົາບໍ່ເບິ່ງທີ່ຕັ້ງ ຫຼື ພະລັງງານ ຂອງ ແຕ່ລະໂມລະກຸນ ພວກເຮົາເບີ່ງອຸນະພູມ ໂດຍ ພະລັງງານສະເຫຼ່ຍ ຂອງ ຫຼາຍພັນຕື້ ໂມລະກຸນ ວິທະຍາສາດສະເຫຼ່ຍ ຢູ່ ພາຍໃຕ້ ກົນຈັກສະຖິຕິ ທີ່ ສຶກສາກ່ຽວກັບ ບັນຫາເຫຼົ່ານີ້ ຂໍ້ສຳຄັນໃນນີ້ ແມ່ນ ພວກເຮົາບສົມມຸດການຕອບໂຕ້ ບໍ່ຫຼາຍ ລະຫວ່າງ ໂຕປ່ຽນ ເຮັດໃຫ້ສາມາດ ສະເຫຼ່ຍແບບມີຄວາມໝາຍ ໃນກໍລະນີ ອຸນະພູມຂອງທາດອາຍ, ທັງໝົດ ແມ່ນ ຄ່າສັງລວມ ຫຼື ສະເຫຼ່ຍ ຂອງ ອົງປະກອບ ປະເພດສຸດທ້າຍ ຂອງ ທ່ານ ວີເວີ ແມ່ນ ບັນຫາຄວາມສັບສົນເປັນລະບຽບ ນີ້ ແມ່ນ ບັນຫາທີ່ລວມເອົາຕົວຢ່າງ ທີ່ຂ້ອຍໄດ້ຍົກມາແລ້ວ, ບັນຫາທີ່ນັກຄົ້ນຄ້ວາລະບົບສັບສົນ ສົນໃຈ ນີ້ແມ່ນບັນຫາ ທີ່ມີ ໂຕປ່ຽນ ລະດັບກາງ ຫາ ຫຼາຍ, ແຕ່ຈຸດສຳຄັນ ແມ່ນ ຍ້ອນມັນພົວພັນກັນແບບບໍ່ເປັນເສັ້ນຊື່ ໂຕປ່ຽນ ບໍ່ສາມາດສະເຫຼ່ຍໄດ້ຢ່າງມີຄວາມໝາຍ . ເວົ້າອີກເທື່ອໜຶ່ງ ຈະລົງເລິກນີ້ລະອຽດຕື່ນ ໃນ ຫົວໜ່ວຍຕໍ່ໄປ ທ່ານ ວີເວີ້ ອະທິບາຍ ບັນຫານີ້ ເປັນ ບັນຫາທີ່ ຈັດການພ້ອມກັນ ຫຼາຍໆອົງປະກອບ ທີ່ພົວພັນກັນເປັນລະບົບອິນຊີລວມ ອັນນີ້ ນຳໄປຫາ ການກຳເນີດໃໝ່. ລະບົບອິນຊີລວມນີ້ ມີພຶດຕິກຳລວມ ຂອງລະບົບ ໃນບົດຄົ້ນຄວ້ານີ້ ທ່ານວີເວີ້ ໄດ້ຂຽນລາຍການຄຳຖາມ ຕົວຢ່າງ ຂອງ ລະບົບສັບສົນແບບເປັນລະບຽບ ເຖິງວ່າ ບົດຄົ້ນຄວ້ານີ້ ພິມແຕ່ 1948, ຄຳຖາມເຫຼົ່ານີ້ ຍັງເປັນບັນຫາຍັງບໍ່ມີຄຳຕອບ ຂອງ ລະບົບສັບສົນ ເກືອບ 7 ທົດສະຫວັດ ຮອດຊູ່ມື້ນີ້ ຈະເບິ່ງ ບາງຄຳຖາມ ໃນລາຍການນີ້. ເປັນຫຍັງດອກ ພຣິມໂຣສຍາມແລງ ບານຕອນມັນບານ ການມີອາຍຸ ຈະອະທິບາຍ ດ້ວຍຄຳສັບຊີວະເຄມີແນວໃດ ພັນ (ຈີນ) ແມ່ນຫຍັງ, ແລະ ມັນສະແດງອອກແນວໃດ ໃນເວລາ ສິ່ງທີ່ມັນປະກອບເປັນພັດທະນາເປັນ ຜູ້ໃຫຍ່ ລາຄາ ເຂົ້າສາລີ ຂຶ້ນກັບຫຍັງ ຈະຄວບຄຸມເງິນຕາ ໃຫ້ມີສະຖຽນລະພາບ ໄດ້ແນວໃດ ຈະອະທິບາຍ ພຶດຕິກຳ ຂອງ ອົງກອນກຸ່ມຄົນ ເຊັ່ນ ກຳມະບານ, ກຸ່ມຜູ້ຜະລິດ, ຊົນເຜົ່າສ່ວນນ້ອຍແນວໃດ ທ່ານ ວີເວີ້ ເວົ້າຕໍ່ໄປວ່າ ຄຳຖາມເຫຼົ່ານີ້ ສັບສົນໂພດສຳຫຼັບ ເຕັກນິກ ໃນ ສັດຕະວັດທີ 19 ທີ່ປະສົບຄວາມສຳເລັດ ຕໍ່ບັນຫາງ່າຍດາຍ ທີ່ມີ 2, 3 ຫຼື 4 ໂຕປ່ຽນ ບັນຫາເຫຼົ່ານີ້ ບໍ່ສາມາດຈັດການໂດຍ ເຕັກນິກສະຖິຕິ ທີ່ເໝາະໃນການອະທິບາຍ ພຶດຕິກຳສະເຫຼ່ຍ ແລະ ບັນຫາລະບົບສັບສົນບໍ່ເປັນລະບຽບ ແລະ ທ່ານ ວີເວີ້ ຍັງຕໍ່ອີກວ່າ ບັນຫາໃໝ່ ທີ່ ອານາຄົດໂລກທີ່ຂຶ້ນກັບມັນນີ້ ຕ້ອງການ ໃຫ້ ວິທະຍາສາດ ກ້າວໜ້າບາດໃຫຍ່ຄັ້ງທີສາມ, ທີ່ຕ້ອງໃຫຍ່ກວ່າ ຄວາມຄືບໜ້າ ໃນສັດຕະວັດ ທີ 19 ເວລາ ເອົາຊະນະບັນຫາງ່າຍດາຍ, ຫຼື ໄຊຊະນະ ຕໍ່ ບັນຫາຄວາມສັບສົນບໍ່ເປັນລະບຽບ ໃນ ສັດຕະວັດ ທີ 20 ວິທະຍາສາດ ຕ້ອງຮຽນ ຈັດການບັນຫາ ຄວາມສັບສົນເປັນລະບຽບ ໃນ 50 ປີ ຕໍ່ໜ້ານີ້ ແຕ່ ມັນກາຍມາ 70 ປີແລ້ວ ຕັ້ງແຕ່ ທ່ານ ວີເວີ້ ຂຽນບົດນີ້ ແລະ ເປົ້າໝາຍຫຼັກ ຂອງ ຫຼັກສູດນີ້ ແມ່ນ ບອກທ່ານວ່າ ພວກເຮົາມາຮອດໃສແລ້ວ ໃນການ ຈັດການບັນຫາຄວາມສັບສົນເປັນລະບຽບນີ້ ມັນມີເຄື່ອງມືພັດທະນາໃໝ່ຫຍັງ ເພື່ອຈັດການບັນຫາເຫຼົ່ານີ້ ເຖິງວ່າ ພວກເຮົາຈະບໍ່ລົງເລິກ ບັນຫາການນິຍາມ ຢ່າງເປັນທາງການ ໃນຫຼັກສູດນີ້ ລອງພາກັນພະຍາຍາມຕື່ມ ໃນການສຶກສາບັນຫາທີ່ວ່າ ລະບົບສັບສົນແມ່ນຫຍັງ ທີ່ມີຫຼາຍຄຳຕອບທີ່ເປັນໄປໄດ້ ພາກັນໄປຫາ ຊ່ຽວຊານ ເນາະ. ຫົວໜ່ວຍຍ່ອຍຕໍ່ໄປ ຈະໃຫ້ຄຳຕອບຕົວຢ່າງນີ້ ໂດຍບາງ ຊ່ຽວຊານທີ່ມີຊື່ສຽງໃນ ຂະແໜງນີ້ ເອົາໃຈໃສ່ວ່າ ເຖິງວ່າຄຳຕອບຈະແຕກຕ່າງ ແຕ່ມັນກໍ່ມີຈຸດຄ້າຍຄືກັນ ໃນນິຍາມເຫຼົ່ານີ້