ຫົວໜ່ວຍທຳອິດ ຊອກຄົ້ນວ່າ "ລະບົບສັບສົນ" ແມ່ນຫຍັງ? ນີ້ແມ່ນຄຳຖາມ ທີ່ ຕອບແບບຊັດເຈນຍາກ ພວກເຮົາຊິເລີ່ມເບິ່ງຈາກ ບັນດາປະກົດການ ທີ່ ນັກວິທະຍາສາດ ລະບົບສັບສົນ ສຶກສາ ອັນນີ້ ແມ່ນ ປະເພດຫົວຂໍ້ ທີ່ຈະເຫັນໃນຫຼັກສູດນີ້ ຈາກນັ້ນ ຈະ ຍົກບັນດາຄຸນລັກສະນະ ສຳຄັນ ຂອງ ລະບົບສັບສົນ ທົ່ວໄປ ຈະເບິ່ງການນິຍາມລະບົບສັບສົນໜ້ອຍໜຶ່ງ, ກ່ອນທີ່ຈະກັບມາຫາມັນອີກ ໃນທ້າຍຫຼັກສູດນີ້ ຈະເບິ່ງບັນດາ ສາຂາຫຼັກ, ເປົ້າໝາຍ ແລະ ວິທີການ ຂອງ ຂະແໜງຄົ້ນຄ້ວາລະບົບສັບສົນ ຫຼັກໆ ໃນເວລານັ້ນ ພວກເຮົາຈະ "ສຳພາດແຂກ" ເປັນເທື່ອທຳອິດ ຈະຖາມ ຄວາມເຫັນກ່ຽວກັບ ຂະແໜງການ ຂອງ ບັນດານັກວິທະຍາສາດລະບົບສັບສົນ ຜູ້ມີຊື່ສຽງ ພາກຫຼັງ ຂອງ ຫົວໜ່ວຍນີ້ ຈະເນັ້ນໃສ່ ເນັດໂລໂກ້, ເຊິ່ງແມ່ນ ລະບົບໂປແກມຈຳລອງລະບົບສັບສົນ ທີ່ຈະໃຊ້ສະແດງ ກ່ຽວກັບ ລະບົບສັບສົນ ໃນ ຫຼັກສູດນີ້ ກຽມພ້ອມແລ້ວບໍ່? ເລີ່ມກັນເນາະ ຕົວຢ່າງທີ່ດີ ອັນໜຶ່ງ ແມ່ນ ມົດ. ທ່ານ ນາຍເຈລ ແຟຣງ ນັກຄົ້ນຄວ້າ ມົດ ເຄີຍຂຽນວ່າ ມົດໜຶ່ງໂຕ ແມ່ນ ສັດທີ່ມີພຶດຕິກຳທີ່ເຂົ້າໃຈງ່າຍທີ່ສຸດ ແຕ່ເມື່ອມີຫຼາຍໆໂຕ ມັນເປັນຄົນລະເລື່ອງ ຕົວຢ່າງ, ກອງທັບໝົດ ສ້າງແລວທາງ ມົດແຕ່ລະໂຕ ເປັນໂຄງສ້າງງ່າຍໆ ແຕ່ ມົດຫຼາຍໆໂຕ ສາມາດເຮັດວຽກແບບຮ່ວມມືກັນໄດ້ ເພື່ອບັນລຸໜ້າວຽກທີ່ສັບສົນ ໂດຍບໍ່ມີ ລະບົບຄວບຄຸມໃຈກາງ ໝາຍຄວາມວ່າ ບໍ່ມີມົດ ຫຼື ກຸ່ມມົດເປັນຫົວໜ້າ ເວົ້າອີກແບບ ກອງທັບມົດ ສາມາດຈັດຕັ້ງຕົນເອງ ສ້າງ ໂຄງສ້າງ ທີ່ ສັບສົນກວ່າ ສິ່ງທີ່ມົດໂຕດຽວສາມາດສ້າງ ຫຼາຍເທົ່າ ນີ້ແມ່ນຕົວຢ່າງ ມົດ ພວມສ້າງຂົວໂດຍ ຮ່າງກາຍມັນ, ເພື່ອໃຫ້ ມົດໂຕອື່ນ ສາມາດ ຂ້າມ ແຕ່ໃບໄມ້ໜຶ່ງ ຫາ ໃບໄມ້ໜຶ່ງ ວິດີໂອນີ້ ສະແດງໃຫ້ເຫັນມົດ ສ້າງຂົວແບບນີ້ ມັນເລີ່ມຈາກນີ້, ໄຕ່ໄມ້ມາ ຈົນຮອດປາຍ ແລ້ວຈະ ຄາບຈ່ອງກັນຕໍ່ຮອດພື້ນ ຈະເຫັນພວກມັນ ຕໍ່ເພີ່ມຕົນເອງເຂົ້າໃນໂຄງສ້າງ ມົດໃຊ້ສານເຄມີ ເພື່ອສື່ສານກັບມົດໂຕອື່ນ ສະນັ້ນ ສ້າງຂວາໄດ້ໂດຍບໍ່ມີລະບົບຄວບຄຸມໃຈກາງ ອັນນີ້ແມ່ນ ຕົວຢ່າງ ລະບົບ ກະຈາຍ ຫຼື ຈັດຕັ້ງເອງ ແມງໄມ້ສັງຄົມອື່ນ ກໍ່ມີພຶດຕິກຳຄ້າຍຄືກັນ ຕົວຢ່າງ ອັນນີ້ ແມ່ນ ໂຄງສ້າງສັບສົນ ສ້າງໂດຍ ປວກ ແມ່ນ ຮັງ. ຈຸດສຸມຂອງ ການສຶກສາລະບົບສັບສົນ ແມ່ນ ເພື່ອເຂົ້າໃຈວ່າ ພຶດຕິກຳ ຂອງ ແຕ່ລະພາກສ່ວນ ຫຼື ອົງປະກອບ (ເອເຈັນ) ປະກອບເປັນພຶດຕິກຳສັບສົນ ໂດຍບໍ່ມີລະບົບຄວບຄຸມໃຈກາງ ໄດ້ແນວໃດ ໃນຕົວຢ່າງເຫຼົ່ານີ້, ອົງປະກອບ ແມ່ນ ມົດ, ແຕ່ມັນສາມາດແມ່ນຫຼາຍໆອັນອື່ນໄດ້ ຕົວຢ່າງຫຼັກ ຂອງ ລະບົບສັບສົນອີກອັນໜຶ່ງ ແມ່ນ ສະໝອງ. ຢູ່ນີ້ ອົງປະກອບ ເນີຣອນ. ສະໝອງຄົນ ປະກອບມີ ປະມານ 100 ຕື້ ເນີຣອນ, ແລະ 1 ລ້ານຕື້ທາງເຊື່ອມຕໍ່ ແຕ່ລະເນີຣອນ ມີໂຄງສ້າງງ່າຍ ເມື່ອທຽບກັບ ສະໝອງທັງໝົດ ແລະ ບໍ່ມີລະບົບຄວບຄຸມໃຈກາງ. ການເຊື່ອມຕໍ່ກັນ ຂອງ ເນີຣອນ ສ້າງ ພຶດຕິກຳສັບສົນ ທີ່ພວກເຮົາເອີ້ນວ່າ ຈິດສຳນຶກ, ຄວາມສະຫຼາດ, ຫຼື ຄວາມສ້າງສັນ. ຮູບຖ່າຍສະໝອງ ສະແດງໃຫ້ເຫັນວ່າ ເນີຣອນ ຈັດຕັ້ງຕົນເອງ ເປັນ ຫຼາຍໆ ກົນໄກທີ່ແຕກຕ່າງ. ຄ້າຍໆຄືກັນກັບ ມົດ ແລະ ປວກ, ເນີຣອນ ສາມາດ ຈັດຕັ້ງຕົນເອງ ເປັນໂຄງສ້າງສັບສົນ ເຮັດໃຫ້ຕົນເອງເຮັດວຽກ ແລະ ຢູ່ລອດ. ຕົວຢ່າງ ລະບົບສັບສົນໜຶ່ງອີກ ແມ່ນ ລະບົບປ້ອງກັນຮ່າງກາຍ ລະບົບປ້ອງກັນ ມີໃນທົ່ວຮ່າງກາຍຄົນ ກ່ຽວຂ້ອງກັບຫຼາຍໆອະໄວຍະວະ ດັ່ງເຫັນໃນຮູບ, ໂດຍມີ ຫຼາຍໆລ້ານຕື້ຈຸລັງເຄື່ອນໄຫວ ໃນ ລະບົບເລືອດ, ນ້ຳເຫຼືອງ ເພື່ອປົກປ້ອງ ແລະ ປິ່ນປົວຮ່າງກາຍ ຈາກ ການບາດເຈັບ ແລະ ພະຍາດ ຕົວຢ່າງ, ນີ້ ແມ່ນ ຮູບຂອງ ຈຸລັງປ້ອງກັນ, ສີຟ້ານີ້, ພວມໂຈມຕີ ຈຸລັງມະເຮັງ ຢູ່ໃຈກາງ. ດັ່ງມົດ ທີ່ເຫັນແລ້ວ, ຈຸລັງລະບົບປ້ອງກັນ ສື່ສານກັນ ໂດຍ ສັນຍາເຄມີ, ແລະ ເຮັດວຽກໂດຍບໍ່ມີ ການຄວບຄຸມໃຈກາງ ໃນການ ໂຈມຕີແບບປະສານ ສິ່ງທີ່ມັນເຂົ້າໃຈວ່າ ແມ່ນ ໄພຂົ່ມຂູ່ ຕໍ່ຮ່າງກາຍ ນອກຈາກນີ້, ຈຸລັງປ້ອງກັນ ໃນຮ່າງກາຍຍັງສາມາດ ປ່ຽນແປງ ແລະ ປັບໂຕ ອີງຕາມ ສະພາບແວດລ້ອມທີ່ມັນຢູ່ ການປັບໂຕ ແມ່ນ ຄຸນລັກສະນະສຳຄັນໜຶ່ງ ຂອງ ລະບົບສັບສົນ ຕົວຢ່າງ ລະບົບສັບສົນ ອີກອັນໜຶ່ງ ແມ່ນ ຈີໂນມ (ກຳມະພັນ)ຂອງ ຄົນ. ນີ້ ແມ່ນ ຮູບ ຂອງ ກຳມະພັນ. ໂຄງສ້າງຄ້າຍໆຄືໜອນ ອັນນີ້ ແມ່ນ ໂຄຣໂມໂຊມ, ມີ 23 ຄູ່ ອັນນີ້ ແມ່ນ ຜູ້ຊາຍ ເພາະມັນມີ ຄູ່ X-Y ໂຄຣໂມໂຊມ ປະກອບມີ ຫຼາຍໆພັນ ພັນ(ຈີນ). ພັນ ແມ່ນ ສາຍ ດີເອັນເອ ຕາມ ໂຄຣໂມໂຊມ. ເຂົ້າໃຈກັນວ່າ ກຳມະພັນຄົນ ແມ່ນ ປະມານ 25000 ພັນ ທີ່ ບັນຈຸລະຫັດ ໂປຣຕີນ. ໃນຄຳສັບລະບົບສັບສົນ, ພັນ ຖືວ່າ ໂຄງປະກອບງ່າຍໆ ທີ່ຮ່ວມມື ກັບ ໂຄງປະກອບອື່ນ ແບບບໍ່ມີລະບົບຄວບຄຸມໃຈກາງ ການປະສານແມ່ນຜ່ານລະບົບຄວບຄຸມກຳມະພັນ. ມັນຄວບຄຸມ ການການປະພຶດ ຂອງ ແຕ່ລະໂຄງປະກອບ ຫຼື ການສ້າງໂປຣຕີນ. ນີ້ ແມ່ນ ຕົວຢ່າງ ລະບົບຄວບຄຸມກຳມະພັນ ທີ່ ນັກຄົ້ນຄວ້າໄດ້ວິເຄາະແລ້ວ. ຮູບວົງມົນ ຫຼື ຮູບໄຂ່ ສະແດງເຖິງ ພັນ, ແລະ ລູກສອນສະແດງວ່າ ພັນທີ່ໜຶ່ງນີ້ ຄວບຄຸມ ການປະພຶດຂອງ ພັນທີສອງ. ກຳມະພັນຄົນ ປະກອບດ້ວຍ ຫຼາຍພັນ ເຄືອຂ່າຍ ຄືດັ່ງກ່າວນີ້. ພັນ ປະສານກັນແບບສັບສົນຄືດັ່ງກ່າວນີ້ ແລະ ການປະສານນີ້ ເຮັດໃຫ້ເກີດ ລະບົບສັບສົນ ເຄືອຂ່າຍ ແມ່ນ ແນວຄວາມຄິດຫຼັກອັນໜຶ່ງ ຂອງ ລະບົບສັບສົນ ອັນນີ້ ແມ່ນ ອີກຕົວຢ່າງໜຶ່ງ, ເຄືອຂ່າຍອາຫານ ແຕ່ລະຂອດ, ຫຼື ອົງປະກອບຂອງ ເຄືອຂ່າຍ, ແມ່ນ ປະເພດສັດໃດໆໜຶ່ງ ລູກສອນສະແດງວ່າໃຜກິນໃຜ. ຖ້າລູກສອນຊີ້ໄປຫາ ໝາຍຄວາມວ່າ ກຸ່ມໜຶ່ງ ກິນກຸ່ມສອງ. ຕົວຢ່າງ ໝາຈອກ ຢູ່ ຈອມ ເຄືອຂ່າຍອາຫານ ຢູ່ ອາລັດສະກາ ເພາະ ມັນກິນຫຼາຍສັດ ແຕ່ບໍ່ມີຫຍັງກິນມັນ ໃນຮູບນີ້ ນີ້ ແມ່ນ ຮູບສະແດງ ຂອງ ເຄືອຂ່າຍອາຫານທີ່ສັບສົນກວ່າ ຈາກ ອ່າວ ອາລັດສະກາ. ເວລາພວກເຮົາເວົ້າກ່ຽວກັບ ເຄື່ອຂ່າຍອີກ ໃນ ຫຼັກສູດນີ້, ຈະເຫັນ ຕົວຢ່າງ ເຄືອຂ່າຍອາຫານຈັດຕັ້ງເອງ ທີ່ໜ້າສົນໃຈແບບນີ້ອີກ ບາງເທື່ອເຄືອຂ່າຍທີ່ພວກທ່ານຮູ້ດີທີ່ສຸດ ຄືຊິແມ່ນ ເຄືອຂ່າຍສັງຄົມ ນີ້ ແມ່ນ ສ່ວນໜຶ່ງ ຂອງ ເຄືອຂ່າຍສັງຄົມ ຂອງຂ້ອຍເອງ. ການເຊື່ອຕໍ່ນີ້ ໝາຍເຖິງ ມິດຕະພາບ ໝູ່ຂ້ອຍ ເຊື່ອມຕໍ່ກັບ ໝູ່ເຂົາເອງຕໍ່ໆໄປ. ເຄືອຂ່າຍສັງຄົມ ມີ ຄຸນລັກສະນະທີ່ໜ້າສົນໃຈ ແລະ ຄ້າຍຄືກັບ ໃນ ເຄືອຂ່າຍຊີວະພາບ ແລະ ເຕັກໂນໂລຊີ ຈະເຫັນໃນຫຼັກສູດນີ້ ຕໍ່ວ່າ ຄຸນລັກສະນະນີ້ ແມ່ນຫຍັງ ແລະມີກົນໄກແນວໃດ ນັກວິທະຍາສາດລະບົບສັບສົນ ສົນໃຈສຶກສາ ເຄືອຂ່າຍສັງຄົມໃຫຍ່ ເຊັ່ນ ແຟສບຸກ, ເພື່ອເຂົ້າໃຈ ໂຄງສ້າງ, ການປະກອບຕົນຂຶ້ນ , ການປ່ຽນແປງ ແລະ ອັນທີ່ໜ້າສົນໃຈທີ່ສຸດ ແມ່ນ ຂໍ້ມູນສື່ສານກັນແນວໃດໃນ ເຄືອຂ່າຍດັ່ງກ່າວ ເສດຖະກິດ ແມ່ນ ຕົວຢ່າງໜຶ່ງ ຂອງ ລະບົບສັບສົນ ເຊັ່ນກັນ ທີ່ ເຄືອຂ່າຍການປະສານກັນເປັນພື້ນຖານ. ນີ້ແມ່ນຕົວຢ່າງ ເຄືອຂ່າຍການເງິນສາກົນ ທີ່ ຂອດ ສະແດງເຖິງ ສະຖາບັນການເງິນ ແລະ ການເຊື່ອມຕໍ່ສະແດງເຖິງການພົວພັນ. ຕົວຢ່າງ ຖ້າ ທະນາຄານໜຶ່ງ ເປັນເຈົ້າຂອງຫຸ້ນ ອີກທະນາຄານໜຶ່ງ, ຈະມີເສັ້ນຕໍ່. ຈຳນວນການເຊື່ອຕໍ່ ໃນເຄືອຂ່າຍ ລວມທັງປະເພດການເຊື່ອມຕໍ່ ມີຜົນກະທົບໃຫຍ່ ສະຖຽນລະພາບຂອງ ລະບົບເວລາມີການປ່ຽນແປງ, ເຊັ່ນ ທະນາຄານລົ້ມລະລາຍ ຂະແໜງຄົ້ນຄວ້າເຂື່ອຂາຍຂ້າມສາຂາ ທີ່ ເກີດມາຈາກ ການສຶກສາລະບົບສັບສົນ ສຶກສາ ປະກົດການດັ່ງກ່າວ ໃນ ເຄືອຂ່າຍ ໂດຍວິທີການ ຂອງ ຫຼາຍຂະແໜງຄົ້ນຄວ້າ ທີ່ແຕກຕ່າງ ຕົວຢ່າງສຸດທ້າຍ ມາເບິ່ງ ລະບົບເມືອງ ທີ່ແມ່ນ ລະບົບສັບສົນເຊັ່ນກັນ ເມືອງ ແມ່ນ ຄ້າຍຄືກັນກັບ ສິ່ງມີຊີວິດ ແຕ່ ມັນຄືສິ່ງມີຊີວິດປານໃດ ໃນດ້ານໂຄງສ້າງ ຂະຫຍາຍໂຕ, ຄວາມໃຫຍ່ ແລະ ເຄື່ອນໄຫວ? ນີ້ ແມ່ນ ບັນດາຄຳຖາມ ພື້ນຖານ ໃນ ຂະແໜງຄົ້ນຄວ້າລະບົບສັບສົນ ທີ່ ພວມຂະຫຍາຍຕົວໄວ ທີ່ ພວກເຮົາຈະເບິ່ງຕໍ່ໄປ ໃນ ຫຼັກສູດນີ້